﻿ປະ​ເພ​ນີ​ຂອງ​ກະ​ຕູ​ບູ​ຮານ
ການ​ຂ້າ​ຜີ​ຂອງ​ເຜົ່າ​ກະ​ຕູ
ເຜົ່າ​ກະ​ຕູ​ຢູ່​ໃນ​ສະ​ໄໝ​ບູ​ຮານ​ໄດ້​ເລົ່າ​ວ່າ ຄົນ​ເຮົາ​ສາ​ມາດ​ຂ້າ​ພວກ​ຜີ​ແລະ​ແຕ່​ນັ້ນ​ມາ​ພວກ​ຜີ​ບໍ່​ສາ​ມາດ​ຈະ​ມາ​ໃກ້​ຄົນ​ກະ​ຕູ​ໄດ້.

ຄົນ​ກະ​ຕູ​ບູ​ຮານ
ເມື່ອ​ຢູ່​ສະ​ໜຸກ​ສຸກ​ສະ​ບາຍ​ພວກ​ເຂົາ​ກໍ່​ທຳ​ມາ​ຫາ​ກິນ​ຕາມ​ທຳ​ມະ​ຊາດ
ເຂົາ​ເຈົ້າ​ບໍ່​ມີ​ອາ​ການ​ເຈັບ​ເປັນ
ຢູ່​ໃນ​ໄລ​ຍະ​ນັ້ນ, ບໍ່​ມີ​ການ​ລົ້ມ​ຫາຍ​ຕາຍ​ຈາກ​ໂລກ​ນີ້​ດອກ.
ຄົນ​ກະ​ຕູ​ສະ​ໄໝ​ນັ້ນ​ກໍ່​ແພ່​ຜາຍ​ຫຼາຍໆ​ຄົນ,
ຈຳ​ນວນ​ພົນ​ລະ​ເມືອງ​ກໍ່​ມີ​ຫຼາຍ,
ຢູ່​ໃນ​ໂລກ​ນີ້​ມີ​ຄົນ​ກະ​ຕູ​ຢ່າງ​ໜາ​ແໜ້ນ,
ຜືນ​ດິນ​ແຫ່ງ​ນີ້​ເຕັມ​ແຕ່​ຄົນ​ກະ​ຕູ.
ພາກ​ສວ່ນ​ພວກ​ຜີ​ແຕ່​ລະ​ມື້​ແຕ່​ລະ​ເດືອນ​ແມ່ນ​ຖືກ​ຄົນ​ກະ​ຕູ​ບູ​ຮານ​ຂ້າ.
ແຕ່​ລະ​ປີ​ພວກ​ຜີ​ຕົກ​ຢູ່​ໃນ​ສະ​ພາບ​ຖືກ​ທ່າ​ຮັບ,
ຖືກ​ມະ​ນຸດ​ດັບ​ສູນ. ນັບ​ຕັ້ງ​ແຕ່​ນັ້ນ​ມາ,
ພວກ​ຜີ​ບໍ່​ພໍ​ໃຈ​ກັບ​ຄົນ​ກະ​ຕູ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ​ພວກ​ຜີ​ໄດ້​ຊອກວິ​ທີ​ແລະ​ຄິດ​ວ່າ​ເປັນ​ແນວ​ໃດ​ມະ​ນຸດ​ຈິ່ງ​ສາ​ມາດ​ເຫັນ​ພວກ​ຕົນ​ໄດ້.
ອາ​ໄສ​ຢູ່​ແຜ່ນ​ດິນ​ກໍ່​ບໍ່​ຫວິດ,
ຄົນ​ຍັງ​ນຳ​ມາ​ຂ້າ,
ບາດ​ແລ້ວ​ກໍ່​ຍັງ​ໄປ​ຂ້າ​ຈົນ​ໄດ້, ຈຳ​ເປັນ​ຕ້ອງ​ອາ​ໄສ​ເຊື່ອງ​ຊ່ອນ​ຢູ່​ຕົ້ນ​ໄມ້​ໃບ​ຫຍ້າ,
ເຂົາ​ເຈົ້າ​ກໍ່​ຍັງ​ນຳ​ໄປ​ປາບ. ພວກ​ເຮົາ​ລົງ​ໄປ​ຢູ່​ນ້ຳ​ກໍ່​ຍັງ​ມີ​ຄົນ​ເຫັນ​ແລະ​ຂ້າ​ໄດ້,
ພວກ​ຜີ​ກໍ່​ເສຍ​ໃຈ,
ຄຽດ​ແຄ້ນ​ກັບ​ມະ​ນຸດ. ຕາມ​ຜູ້​ໃຫຍ່​ເຄີຍ​ໄດ້​ເລົ່າ​ສູ່ພວກ​ເດັກ​ນ້ອຍ​ສືບ​ຕໍ່​ກັນ​ມາ.

ໃນ​ມື້​ໜຶ່ງ,
ພວກ​ຜູ້​ໃຫຍ່​ໄປ​ທຳ​ມາ​ຫາ​ກິນ​ຢູ່​ໄຮ່​ສວນ​ໃນ​ແຕ່​ລະ​ວັນ, ປະ​ໄວ້​ຍັງ​ເຫຼືອ​ແຕ່​ເດັກ​ນ້ອຍ​ຢູ່​ບ້ານ.
ພວກ​ຜີ​ກໍ່​ຊອກ​ຫາ​ກົນ​ອຸ​ບາຍ​ໃໝ່​ຕໍ່​ເດັກ​ນ້ອຍ; ພວກ​ຜີ​ຖາມ​ເດັກ​ນ້ອຍ​ວ່າ: ໂອ!
ພໍ່​ແມ່ຂອງ​ພວກ​ເຈົ້າ​ບໍ່​ມີຄວາມ​ສາ​ມາດ​ເບິ່ງ​ເຫັນ​ພວກ​ຜີ​ດອກ, ເດັກ​ນ້ອຍ​ຕອບ​ວ່າ:
ຮ​ວ້າຍ​ເຈົ້າ​ຜີ​ຮູ້​ຈັກ​ບໍ່​ຄົນ​ກະ​ຕູ​ຄື​ພວກ​ເຮົາ​ດັບ​ສູນ​ຜີ​ໄດ້​ຫຼາຍ​ບັກ​ແລ້ວ​ໃດ.
ເດັກ​ນ້ອຍ​ເວົ້າ​ຕໍ່​ວ່າ​ເຜົ່າ​ກະ​ຕູ​ພວກ​ຂ້າ​ພະ​ເຈົ້າ​ມີ​ແວ່ນ​ວິ​ເສດ​ເຊິ່ງ​ມີຄວາມ​ສາ​ມາດ​ເຫັນ​ໄດ້​ທຸກ​ຢ່າງ​ໃດ​ແລະ​ມີຄວາມ​ສາ​ມາດ​ຂ້າ​ພວກ​ເຂົາ​ອີກ​ດ້ວຍ.
ພວກ​ຜີ​ງຶກ​ຫົວ ແລ້ວ​ເວົ້າ​ຕໍ່​ເດັກ​ວ່າ
ເອີ! ເອີ! ໄດ້​ແລ້ວ.

ໃນ​ເມື່ອ​ຮູ້ຄວາມ​ລັບ​ຂອງ​ຄົນ​ແລ້ວ,
ພວກ​ເດັກ​ນ້ອຍ​ຜີ​ກໍ່​ແຈ້ງ​ໃຫ້​ພໍ່​ແມ່ຂອງ​ຕົນ​ຮູ້​ຈັກ​ວ່າ​ມະ​ນຸດ​ເຂົາ​ເຈົ້າ​ມີ​ແວ່ນ​ວິ​ເສດ​ເຊິ່ງ​ສາ​ມາດ​ເຫັນ​ແລະ​ມີຄວາມ​ສາ​ມາດ​ຂ້າ​ພວກ​ເຮົາ​ອີກ​ດ້ວຍ.
ຜູ້​ເປັນ​ພໍ່​ເປັນ​ແມ່​ຜີ​ຕອບ​ລູກວ່າ: ແມ່ນ​ແທ້​ບໍ່?
ລູກ​ຜີ​ຕອບ​ວ່າ​ມີ​ອີ​ຫຼີ, ພໍ່​ແມ່ພວກ​ຜີ​ຖາມ​ລູກວ່າ: ພວກ​ເຈົ້າ​ຮູ້​ມາ​ແຕ່​ໃສ?
ຜູ້​ໃດ​ບອກ​ພວກ​ເຈົ້າ​ຮູ້, ໂອ!
ນັ້ນ​ວ໋າ ກໍ່​ແມ່ນ​ໃຜ​ອີກ ພວກ​ເດັກ​ນ້ອຍ​ມະ​ນຸດ​ຫັ້ນ​ເດ່​ເປັນ​ຜູ້​ເວົ້າ​ໃຫ້​ພວກ​ເຮົາ​ຮູ້,
ພໍ່​ແມ່​ຕື່ນ​ຂຶ້ນ​ວ່າ: ຮຶ້! ໄດ້​ແລ້ວ, ໄດ້​ແລ້ວ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ​ໃນ​ແຕ່​ລະ​ມື້,
ພວກ​ຜີ​ມີ​ແຕ່​ໄປ​ຈອບ​ເບິ່ງ​ຄົນ, ຊອກ​ເບິ່ງ​ບ່ອນ​ຄົນ​ເອົາ​ແວ່ນ​ວິ​ເສດ​ໄວ້​ຢູ່​ໃສ,
ແຕ່​ບໍ່​ປະ​ກົດ​ເຫັນ​ຈັກ​ເທື່ອ.

ໃນ​ມື້​ໜຶ່ງ,
ພວກ​ເດັກ​ນ້ອຍ​ຜີ​ໄປ​ຫຼິ້ນ​ທາງ​ບ້ານ​ມະ​ນຸດ, ພວກ​ເດັກ​ນ້ອຍ​ຜີ​ກໍ່​ເລີຍ​ພົບ​ຄົນ​ຜູ້​ໜຶ່ງ,
ພວກ​ເຂົາ​ທ້ວງວ່າ: ໂອ! ພໍ່​ປູ່​ມາ​ແຕ່​ໃສວ໋າ. ເຈົ້າ​ມາ​ແຕ່​ໃສ​ແທ້. ຄົນ​ຜູ້​ນັ້ນ​ເປັນ​ຄົນ​ໂງ່,
ຄົນ​ໂງ່ຕອບ​ວ່າ​ໂອ​ຖາມ​ຂ້ອຍ​ບໍ່, ພວກ​ຜີ​ຕອບ​ແມ່ນ​ແລ້ວ​ພໍ່​ປູ່,່ ພໍ່​ປູ່​ຊິ​ໄປ​ໃສ.
ໂອ! ຂ້ອຍ​ຊິ​ໄປ​ທ່ຽວ​ຫຼິ້ນ​ດອກ, ເດັກ​ນ້ອຍ​ຜີ​ວ່າ ໂອ!
ເຈົ້າ​ເຄີຍ​ໄດ້​ຍິນ​ບໍ່ ເຂົາ​ເວົ້າ​ວ່າ​ມີ​ເລື່ອງ​ແວ່ນ​ວິ​ເສດ? ແມ່ນ​ເຂົາ​ເຈົ້າ​ເອົາ​ໄວ້​ຢູ່​ໃສ່.
ແວ່ນ​ວິ​ເສດ​ສາ​ມາດ​ເບິ່ງ​ຄົນ​ອື່ນ​ແມ່ນ​ບໍ່?
ຄົນ​ໂງ່ຕອບ​ວ່າ​ໂອ! ຂ້ອຍ​ຮູ້​ຢູ່ດອກ, ພວກ​ເຈົ້າ​ຊິ​ເຮັດ​ຫຍັງ? ຖ້າ​ວ່າ​ພໍ່​ປູ່​ຮູ້​ໄປ​ເອົາ​ໃຫ້​ພວກ​ຫຼານ​ເບິ່ງ​ໄດ້​ບໍ່.
ໂອ! ພວກ​ເຈົ້າ​ຢາກ​ເຫັນ​ແທ້​ວ໋າ ພວກ​ເດັກ​ນ້ອຍ​ຜີ​ຕອບ​ວ່າ​ພວກ​ເຮົາ​ຢາກ​ເຫັນ​ຊື່ໆ​ບໍ່​ເຮັດ​ຫຍັງ,
ພວກ​ເຮົາ​ບໍ່​ເອົາ​ດອກ. ຄົນ​ໂງ່​ຜູ້​ນັ້ນ​ກໍ່​ໄປ​ເອົາ​ແວ່ນ​ວິ​ເສດ​ດັ່ງ​ກ່າວ​ໃຫ້​ເດັກ​ນ້ອຍ​ຜີ​ເບິ່ງ.

ໃນ​ເມື່ອ​ເດັກ​ນ້ອຍ​ຜີ​ເຫັນ​ແວ່ນ​ກໍ່​ຍ້ອງ​ອ້າງ​ຄົນ​ໂງ່​ວ່າ:
ໂອ! ໂຮ! ຈັ່ງ​ແມ່ນ​ງາມ​ຫຼາຍ​ແທ້​ເນາະ, ໂອ​ມັນ​ເປັນ​ຈັ່ງ​ຊີ້ ​ນໍ. ໃນ​ສຸດ​ທ້າຍ, ພວກ​ເດັກ​ນ້ອຍ​ຜີ​ດັ່ງ​ກ່າວ​ກໍ່​ຍາດ​ເອົາ​ຈາກ​ມື​ຄົນ​ໂງ່​ໄດ້,
ແລ້ວ​ແລ່ນ​ໜີ​ໄປ​ຈ້ອຍ. ນັບ​ຕັ້ງ​ແຕ່​ນັ້ນ​ມາ​ຄົນ​ກະ​ຕູ​ເຂົາ​ເຈົ້າ​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຜີ​ແລະ​ບໍ່​ເຫັນ​ໂຕ​ຜີ​ຈົນ​ຮອດ​ທຸກ​ມື້​ນີ້.

ຫຼັງ​ຈາກ​ນັ້ນ​ມາ,
ພວກ​ຜີ​ໄດ້​ແວ່ນ​ວິ​ເສດ​ອັນ​ນັ້ນ​ໃນ​ກຳ​ມື. ຮອດ​ປະ​ຈຸ​ບັນ​ມັນ​ກໍ່​ຍັງ​ຢູ່​ນຳ​ພວກ​ຜີ.
ຄົນ​ກະ​ຕູ​ພວກ​ເຮົາ, ນັບ​ຕັ້ງ​ແຕ່​ນັ້ນ​ມາ​ບໍ່​ສາ​ມາດ​ເບິ່ງ​ເຫັນ​ຜີ​ອີກ. ໃນ​ຕໍ່​ມາ​ພວກ​ຜີ​ສ້າງ​ຄວາມ​ສະ​ໜຸກ​ຈັບ​ກິນ​ຄົນ,
ໃນ​ແຕ່​ລະ​ບ້ານ​ກໍ່​ເກີດ​ມີ​ອາ​ການ​ເຈັບ​ເປັນ​ອຶກ​ກະ​ທຶກ.
ຝູງ​ຄົນ​ກະ​ຕູ ຕົກ​ຢູ່​ໃນ​ສະ​ພາບ​ຖືກ​ຂົ່ມ​ຂູ່ຂອງ​ຜີ​ແລະ​ເກີດ​ມີ​ຄົນ​ເສຍ​ຊິ​ວິດ​ສູນ​ຫາຍ​ໄປ​ຍ້ອນ​ພວກ​ຜີ​ແລະ​ພວກ​ຜີ​ແກ້​ແຄ້ນ​ຄືນ​ກັບ​ຄົນ​ຈົນ​ຮອດ​ທຸກວັນ​ນີ້.

ເຜົ່າ​ກະ​ຕູ​ໃນ​ເວ​ລາ​ນັ້ນ​ຕົກ​ຢູ່​ໃນ​ສະ​ພາບ​ເດືອດ​ຮ້ອນ​ຫຼາຍ,
ຄົນ​ເສຍ​ຊິ​ວິດ​ທຸກວັນ, ເຂົາ​ເຈົ້າ​ຮ້ອງ​ໄຫ້​ຢ່າງ​ສະ​ນັ່ນ​ຫວັ່ນ​ໄຫວ​ຢູ່​ບົນ​ໜ້າ​ໂລກ​ແຜ່ນ​ດິນ​ແຫ່ງ​ນີ້,
ໄດ້​ສ້າງ​ຄວາມ​ວຸ່ນ​ວາຍ​ກັບ​ເຈົ້າ​ວິນ​ຍານ, ເຈົ້າ​ວິນ​ຍານ​ໄດ້​ແຕ່ງ​ຄົນ​ຂອງ​ຕົນ​ລົງ​ໄປ​ເບິ່ງ​ແລະ​ຖາມ​ເຂົາ​ເຈົ້າ​ວ່າ​ມີ​ເລື່ອງ​ຫຍັງ?
ລົງ​ໄປ​ເບິ່ງ​ດູ. ເຈົ້າ​ວິນ​ຍານ​ລົງ​ໄປ​ກໍ່​ເຫັນ​ພວກ​ຜີ​ຂ້າ​ຄົນ. ເຈົ້າ​ວິນ​ຍານ​ທ້ວງວ່າ:
ໂອ! ມີ​ມະ​ນຸດ​ເຂົາ​ເຈົ້າ​ເສຍ​ຊິ​ວິດ,
ເຂົາ​ເຈົ້າ​ຈິ່ງ​ຮ້ອງ​ໄຫ້​ເຊິ່ງ​ແມ່ນ​ພວກ​ຜີ​ເປັນ​ຜູ້​ທຳ​ລາຍ​ມະ​ນຸດ​ຊາດ. ເຈົ້າ​ວິນ​ຍານ​ເວົ້າ​ວ່າ:
ໂອ! ເປັນ​ໜ້າ​ສົງ​ສານ​ມະ​ນຸດ​ແທ້. ເຈົ້າ​ວິນ​ຍານ​ເຫັນ​ສະ​ພາບ​ທີ່​ກ່າວ​ມາ,
ວິນ​ຍານ​ກັບ​ຄືນ​ມາ​ລາຍ​ງານ​ກັບ​ເຈົ້າ​ນາຍ​ຕົນ​ວ່າ:
ພວກ​ຜີ​ກິນ​ຄົນ. ເຈົ້າ​ນາຍ​ຕອບ​ວ່າ:
ດີ​ແທ້​ບໍ່​ຄວນ​ຈະ​ເຮັດ​ແນວ​ນັ້ນ, ພວກ​ເຮົາ​ຕ້ອງ​ລົງ​ຊ່ອຍ​ມະ​ນຸດ​ດ້ວຍ​ວິ​ທີ​ລົງ​ສູນ​ຄົນ​ໃຫ້​ໄດ້​ຜູ້​ໃດ​ຜູ້​ໜຶ່ງ,
ເພື່ອ​ເປັນ​ການ​ສ້າງ​ທ່ານ​ໝໍ​ໃຫ້​ຄົນ​ກະ​ຕູ​ອີກ​ດ້ວຍ.

ຄົນ​ບູ​ຮານ​ເຂົາ​ເຈົ້າ​ຢູ່​ໃນ​ສະ​ພາບ​ເປັນ​ແນວ​ນັ້ນ​ພວກ​ລູກ​ເອີຍ​ໃນ​ສະ​ໄໝ​ພໍ່​ປູ່
ແມ່​ຍ່າ​ເຂົາ​ເຈົ້າ​ເລົ່າ​ຄວາມ​ເປັນ​ມາ​ແບບ​ນັ້ນ, ຈິງ​ບໍ່​ຈິງ​ພວກ​ເຮົາ​ກໍ່​ບໍ່​ຊາບ​ນຳ,
ກໍ່​ໄດ້​ເລົ່າ​ຕໍ່ໆ​ກັນ​ມາ, ຈົນ​ເຖິງ​ໃນ​ປະ​ຈຸ​ບັນ​ນີ້.
ໃຫ້​ພວກ​ເດັກໆ​ຊົງ​ຈຳ​ແລະ​ຄິດ​ເບິ່ງ​ຊິ​ວິດ​ຂອງ​ຄົນ​ກະ​ຕູ​ບູ​ຮານ​ຂອງ​ພວກ​ເຮົາ,
ໃຫ້​ຄົນ​ສະ​ໄໝ​ນີ້​ຕ້ອງ​ມີ​ການ​ປົກ​ປັກ​ຮັກ​ສາ​ໄວ້. ເຖິງວ່າ​ມັນ​ເປັນ​ເລື່ອງ​ເລັກໆ​ກໍ່​ຕາມ,
ແຕ່​ອາດ​ເມືອ​ໜ້າ​ຈະ​ມີ​ຄຸນ​ຄ່າ​ພວກ​ເຮົາ​ກໍ່​ບໍ່​ຮູ້ ແທ້​ໃດ.

ໃນ​ເມື່ອ​ແວ່ນ​ວິ​ເສດ​ຂອງ​ພວກ​ເຮົາ​ເສຍ​ໄປ​ແລ້ວ,
ພວກ​ຜູ້​ໃຫຍ່​ເວົ້າ​ວ່າ: ຫາກ​ມີ​ຄົນ​ເຂົາ​ປ້ອຍ​ດ່າ​ໃຫ້​ຄົນ​ກະ​ຕູ​ຕາຍ​ຮ່າ ກໍ່​ຢ່າ​ໃຫ້​ໄດ້​ເຂັດ​ຢຳ​ແດ່​ເນີ! 
ຫາກ​ແມ່ນ​ຄົນ​ເຂົາ​ດ່າ​ວ່າ​ຕາຍ​ສາ​ເຈົ້າ ກໍ່​ຢ່າ​ໃຫ້​ມີຄວາມ​ເປັນ​ຈິງ,
ຖ້າ​ຫາກວ່າ​ເຂົາ​ດ່າ​ແບບ​ສັ່ງ​ໃຫ້​ເຈົ້າ​ຕາ​ບອດ​ສາ, ພວກ​ເຈົ້າ​ເປັນ​ເຈົ້າ​ວິນ​ຍານ​ສັກ​ສິດ​ຢ່າ​ໄດ້​ຖື​ເອົາ​ມາ​ໃຊ້​ເປັນ​ຄ້ອງ​ໃນ​ຄໍ,
ຖ້າ​ຄົນ​ເຂົາ​ດ່າ​ແບບ​ສັ່ງ​ການ​ໃຫ້​ເອົາ​ໄມ້​ແສ້​ແຍ່​ແກ່ນ​ຕາ​ກໍ່​ໃຫ້​ຢ່າ​ເຮັດ.
